09/05/2025

ໃນລະຫວ່າງວັນທີ 7-9 ພຶດສະພາ 2025, ສູນອິນເຕີເນັດ ແຫ່ງຊາດ ໃນນາມຜູ້ຄຸ້ມຄອງລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ .LA ແລະ .ລາວ ໄດ້ເຂົ້າຮ່ວມກອງປະຊຸມລະຫັດຊື່ອິນເຕີເນັດ ອາຊີ-ປາຊີຟິກ (APAC DNS Forum) ປະຈຳປີ 2025 ທີ່ນະຄອນຫລວງຮ່າໂນ້ຍ, ສສ. ຫວຽດນາມ ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ແລະ ຜູ້ກ່ຽວຂ້ອງ ທີ່ຮັບຜິດຊອບຄຸ້ມຄອງ ແລະ ໃຫ້ບໍລິການລະຫັດຊື່ອິນເຕີເນັດ ໃນຂົງເຂດພາກພື້ນ ອາຊີ-ປາຊີຟິກ.
ກອງປະຊຸມ APAC DNS Forum 2025 ໃນຄັ້ງນີ້ ໄດ້ມີການນຳສະເໜີ ແລະ ບັນຍາຍ, ສົນທະນາແລກປ່ຽນ ໃນຫົວຂໍ້ຕ່າງໆ ປິ່ນອ້ອມວຽກງານຄຸ້ມຄອງ ແລະ ໃຫ້ບໍລິການລະຫັດຊື່ອືນເຕີເນັດ.
ໄປຄຽງຄູ່ກັບກອງປະຊຸມຄັ້ງນີ້, ຍັງໄດ້ມີ ພິທີເປີດ ວັນ Universal Acceptance Day 2025 (UA Day 2025), ເຊິ່ງໃນນີ້ ທ່ານ ໄຊສົມຫວັງ ສຸວັນນະວົງ, ຮອງຫົວຫນ້າ ສູນອິນເຕີເນັດ ແຫ່ງຊາດ ກໍ່ໄດ້ປະກອບສ່ວນໃນເວທີສົນທະນາ ແລະ ນຳສະເໜີກ່ຽວກັບ ການສົ່ງເສີມການນຳໃຊ້ ລະຫັດຊື່ອິນເຕີເນັດສູງສຸດ ພາສາທ້ອງຖິ່ນ .ລາວ.
ໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ນະຄອນຫຼວງຮາໂນ້ຍໃນຄັ້ງນີ້, ທ່ານ ໄຊສົມຫວັງ ສຸວັນນະວົງ ກໍ່ຍັງໄດ້ນຳພາຄະນະຈາກ ສູນອິນເຕີເນັດ ແຫ່ງຊາດ ສປປ ລາວ (LANIC) ເຂົ້າຢ້ຽມຢາມ ແລະ ເຮັດວຽກນຳ ສູນອິນເຕີເນັດ ແຫ່ງຊາດ ສສ. ຫວຽດນາມ (VNNIC) ຕ້ອນຮັບໂດຍທ່ານ ຫງວຽນ ເຈື່ອງ ຊ່າງ (Nguyen Truong Giang) ຮອງຫົວຫນ້າສູນ VNNIC ພ້ອມດ້ວຍຄະນະ.
ຂຽນຂ່າວ: ສູນອິນເຕີເນັດ ແຫ່ງຊາດ
ພາບ: ສູນອິນເຕີເນັດ ແຫ່ງຊາດ