ປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກຮາກຖານ ສູນອີນເຕີເນັດ ແຫ່ງຊາດ ປະຈຳປີ 2025 ແລະ ສ້າງທິດທາງແຜນການປະຈໍາປີ 2026, ຂອງໜ່ວຍພັກຮາກຖານ ສູນອີນເຕີເນັດ ແຫ່ງຊາດ.
19/12/2025
ໃນວັນທີ 16 ທັນວາ 2025, ທີ່ ສູນອີນເຕີເນັດ ແຫ່ງຊາດ ໄດ້ຈັດກອງປະຊຸມ ປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກຮາກຖານ ສູນອີນເຕີເນັດ ແຫ່ງຊາດ ປະຈຳປີ 2025 ແລະ ສ້າງທິດທາງແຜນການປະຈໍາປີ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ມີນາໄຊ ພິລາວົງ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ ສູນອີນເຕີເນັດ ແຫ່ງຊາດ ຊຶ່ງມີບັນດາສະຫາຍຮອງເລຂາຫນ່ວຍພັກ, ອົງການຈັດຕັັ້ງພັກ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ຈຸດປະສົງແມ່ນເພື່ອຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກຮາກຖານ ສູນອີນເຕີເນັດ ແຫ່ງຊາດ ປະຈຳປີ 2025 ແລະ ສ້າງທິດທາງແຜນການປີ 2026, ໜ່ວຍພັກຮາກຖານ ສູນອີນເຕີເນັດ ແຫ່ງຊາດ ເປັນໜ່ວຍພັກເອກະລາດຂຶ້ນກັບການຊີ້ນຳໂດຍກົງຂອງຄະນະປະຈຳພັກກະຊວງ ແລະ ເຮັດໜ້າທີ່ເປັນເສນາທິການທາງດ້ານວິຊາການເຕັກນິກ, ໂຄ່ງລ່າງພື້ນຖານດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ.



