15/01/2026
ໃນຕອນເຊົ້າຂອງວັນທີ 15 ມັງກອນ 2026, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊູມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງ ແຜນການປະຈຳປີ 2026 ແລະ ພິທີມອບໃບຢັ້ງຢືນຜົນງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນສູນ ໂດຍການເປັນປະທານຂອງ ທ່ານ ມີນາໄຊ ພິລາວົງ, ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ມີຄະນະສູນ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການ ພາຍໃນ ສູນອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ໄດ້ຜ່ານບົດສະຫຼຸບຕີລາຄາ, ການຈັດຕັ້ງປະຕິບັດວຽກງານປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງ ສູນອິນເຕີເນັດ ແຫ່ງຊາດ, ເຊິ່ງລວມມີຜົນສຳເລັດທາງດ້ານການເມືອງແນວຄິດ, ດ້ານວິຊາສະເພາະ, ວຽກງານປິ່ນອ້ອມທີ່ທາງຂັ້ນເທິງມອບໝາຍໃຫ້ຕາມແຕ່ລະໄລຍະ ເປັນຕົ້ນແມ່ນ ວຽກງານການປັບປຸງການຈັດຕັ້ງ ພັດທະນາບຸກຄະລາກອນພາຍໃນສູນ, ວຽກງານລວມສູນການສື່ສານ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ວຽກງານຄຸ້ມຄອງ ແລະ ໃຫ້ບໍລິການລະຫັດຊື່ອິນເຕີເນັດ .LA ແລະ .ລາວ, ໃບຮັບຮອງເອເລັກໂຕຣນິກ, ລາຍເຊັນເອເລັກໂຕຣນິກ, ວຽກງານເສນາທິການຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ການປັບປຸງຍົກລະດັບໂຄງລ່າງພື້ນຖານ ສູນອິນເຕີເນັດແຫ່ງຊາດ.



ພ້ອມດຽວກັນນີ້ ບັນດາພະແນກການພາຍໃນ ສອຊ ໄດ້ຂື້ນນຳສະເໜີຜົນສຳເລັດອັນລະອຽດ ໃນການຈັດຕັ້ງປະຕິບັດວຽກງານ ໃນປີ 2025 ແລະ ທິດທາງແຜນການສະເພາະຂອງແຕ່ລະພະແນກ ໃນປີ 2026.


ສູນອິນເຕີເນັດ ແຫ່ງຊາດ ຍັງໄດ້ຈັດພິທີມອບໃບຢັ້ງຢືນຜົນງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນສູນ, ເຊິ່ງມີພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ປະເພດດີຫຼາຍ ຈຳນວນ 51 ທ່ານ ແລະ ປະເພດດີ ຈຳນວນ 14 ທ່ານ, ໃຫ້ກຽດມອບໃບຢັ້ງຢືນຜົນງານໃນຄັ້ງນີ້ ໂດຍ ທ່ານ ມີນາໄຊ ພິລາວົງ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກ, ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ.

ກອງປະຊຸມໄດ້ຮັບກຽດຢ່າງສູງ ໃນການໂອ້ລົມຈາກ ທ່ານ ແກ້ວວີສຸກ ໂສລະພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນຳວຽກງານສູນອິນເຕີເນັດແຫ່ງຊາດ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ພະນັກງານ-ລັດຖະກອນພາຍໃນສູນ ຍາດແຍ່ງມາໄດ້ ແລະ ໄດ້ໃຫ້ທິດເຍືອງທາງແກ່ພະນັກງານ ສູນອິນເຕີເນັດແຫ່ງຊາດ ທັງໝົດ ໃຫ້ຮັກສາມູນເຊື້ອອັນດີງາມ ແລະ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຕົນເອງຮັບຜິດຊອບ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງໄດ້ສົ່ງເສີມໃຫ້ພະນັກງານນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງມືທັນສະໄໝຕ່າງໆ ເຂົ້າມາຊ່ວຍອຳນວຍຄວາມສະດວກໃນການເຮັດວຽກໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ບັນດາພະນັກງານ ສູນອິນເຕີເນັດແຫ່ງຊາດ ທຸກຄົນ ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ ການເພີ່ມຂີດຄວາມສາມາດຂອງຕົນ ເພື່ອນຳມາຜັນຂະຫຍາຍ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດທີ່ຕົນຮັບຜິດຊອບຢ່າງຕັ້ງໜ້າ ກໍ່ຄື ວຽກງານລວມຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຕອນທ້າຍ, ທ່ານ ມີນາໄຊ ພິລາວົງ, ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ໄດ້ຕາງໜ້າຄະນະພັກ ຄະນະສູນ ຄະນະພະແນກ ແລະ ອ້າຍເອື້ອຍນ້ອງພະນັກງານ ສູນອິນເຕີເນັດ ແຫ່ງຊາດ ທຸກຄົນ ຂຶ້ນຮັບຄຳໂອ້ລົມ ແລະ ທິດຊີ້ນຳ ອັນມີຄວາມໝາຍຄວາມສຳຄັນ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະຕັ້ງໜ້ານຳພາ ສູນອິນເຕີເນັດ ແຫ່ງຊາດ ຈັດຕັ້ງປະຕິບັດບັນດາແຜນການ ແລະ ວຽກງານຕ່າງໆ ໃນປີ 2026 ໃຫ້ມີຜົນສຳເລັດ ຕອບສະໜອງຕໍ່ວຽກງານລວມຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ວຽກງານລວມຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ວຽກງານລວມໃນການຫັນເປັນດີຈີຕອນ ຂອງ ສປປ ລາວ.





ບົດຂ່າວ ແລະ ພາບ ສອຊ.

