19/01/2026
ໃນຕອນເຊົ້າຂອງວັນທີ 16 ມັງກອນ 2026, ທີ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ການສະກັດກັ້ນ ແລະ ປ້ອງກັນອັກຄີໄພ ປະຈຳປີ 2026 ໂດຍການເຂົ້າຮ່ວມເປັນປະທານເປີດຊຸດຝຶກອົບຮົມຂອງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ໂດຍມີຄະນະສູນ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການ ພາຍໃນ ສູນອິນເຕີເນັດ ແຫ່ງຊາດ, ຕາງໜ້າບັນດາກົມ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການຝືກອົບຮົມ ການສະກັດກັ້ນ ແລະ ປ້ອງກັນອັກຄີໄພ ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານທັງຫມົດສູນອິນເຕີເນັດ ແຫ່ງຊາດ ແລະ ຜູ້ເຂົ້າຮ່ວມທັງໝົດ ຍົກສູງຄວາມຮັບຜິດຊອບຕໍ່ການນໍາໃຊ້ແຫຼ່ງໄຟ-ແຫຼ່ງຄວາມຮ້ອນເຂົ້າໃນການດໍາລົງຊີວິດປະຈໍາວັນໃຫ້ມີຄວາມປອດໄພຈາກເຫດອັກຄີໄພ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ ປ້ອງກັນອັກຄີໄພ, ຄວາມອັນຕະລາຍ ແລະ ຜົນເສຍຫາຍຈາກອັກຄີໄພ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ.
ການຈັດຝຶກອົບຮົມ ການສະກັດກັ້ນ ແລະ ປ້ອງກັນອັກຄີໄພ ໃນຄັ້ງນີ້, ໄດ້ຮັບການຝຶກສອນໂດຍ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ນຳພາໂດຍ ພັທ. ສອນເພັດ ແດງຊື່ນ ຫົວໜ້າພະແນກໂຄສະນາອົບຮົມ. ໃນພາກທິດສະດີ, ພັຕ. ໄຊພອນ ພັນທະວົງ ຮອງພະແນກໂຄສະນາອົບຮົມ, ຮອ. ສຸວຽນ ພົມມະຂັນ ຮອງພະແນກໂຄສະນາອົບຮົມ, ແລະ ຮທ. ສີສຸວັນ ໂພນງາມ ວິຊາການພະແນກໂຄສະນາອົບຮົມ ໄດ້ດຳເນີນການຝຶກອົບຮົມ ທັງພາກທຶດສະດີ ແລະ ການປະຕິບັດຕົວຈິງຝຶກຊ້ອມການປ້ອງກັນ ແລະ ດັບອັກຄີໄພ, ໂດຍໄດ້ນໍາສະເໜີຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ແນະນໍາ ການນໍາໃຊ້ອຸປະກອນມອດໄຟ, ວິທີຄຸ້ມຄອງ ແລະ ຮັກສາ, ແນະນໍາ ວິທີປ້ອງກັນບໍ່ໃຫ້ເກີດອັກຄີໄພ ແລະ ວິທີມອດໄຟ, ແນະນໍາ ການນໍາໃຊ້ອຸປະກອນມອດໄຟ ແລະ ວິທີບໍາລຸງຮັກສາ ແລະ ຈັດຕັ້ງປະຕິບັດລົງຕົວຈິງໃນການມອດໄຟຢ່າງລະອຽດໃນການກະກຽມອຸປະກອນເຕັກນິກຕ່າງໆການມອດໄຟ ເພື່ອພ້ອມໃຊ້ງານເຊັ່ນ: ວິທີປິດບັ້ງແກັດ ເວລາແກັດຮົ່ວໄຫຼ, ໃຊ້ບັ້ງສີດດັບເພີງ ເພື່ອຄວາມສະດອກວ່ອງໄວ ແລະ ປອດໄພໃນການປະຕິບັດໜ້າທີ່ວຽກງານຕົວຈິງ.
ບົດຂ່າວໂດຍ ສອຊ

