ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດດິຈິຕອນ ຂອງບັນດາປະເທດອາຊຽນ (CAPACITY BUILDING ON DIGITAL ECONOMY AND COOPERATION UNDER THE SINGAPORE-KOREA COMPREHENSIVE JOINT DEVELOPMENT COOPERATION PARTNERSHIP)

30/04/2026

ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດດິຈິຕອນ ຂອງບັນດາປະເທດອາຊຽນ (CAPACITY BUILDING ON DIGITAL ECONOMY AND COOPERATION UNDER THE SINGAPORE-KOREA COMPREHENSIVE JOINT DEVELOPMENT COOPERATION PARTNERSHIP)

      ໃນລະຫວ່າງວັນທີ 13-17 ເມສາ 2026, ສູນອິນເຕີເນັດ ແຫ່ງຊາດ ໄດ້ເດີນທາງເຂົ້າຮ່ວມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດດິຈິຕອນ ຂອງບັນດາປະເທດອາຊຽນ ພາຍໃຕ້ການຮ່ວມມື ລະຫວ່າງ ສິງກະໂປ ແລະ ສ.ເກົາຫຼີ ເພື່ອການພັດທະນາຮ່ວມກັນແບບຮອບດ້ານ, ລະຫວ່າງວັນທີ 13-17 ເມສາ 2026, ທີ່ ປະເທດສິງກະໂປ.

      ຊຸດຝຶກອົບຮົມໃນຫົວຂໍ້ ການສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດດິຈິຕອນ (Capacity Building on Digital Economy and Cooperation) ເປັນຊຸດຝຶກອົບຮົມພາຍໄຕ້ໂຄງການຮ່ວມມືສິງກະໂປ (SCP) ເຊິ່ງແມ່ນໂຄງການພັດທະນາຊັບພະຍາກອນມະນຸດ ທີ່ມີຈຸດປະສົງໃນການສ້າງຄວາມສາມາດ ແລະ ການຝຶກອົບຮົມທັກສະ, ສ້າງເຄືອຂ່າຍຄູ່ຮ່ວມງານໃນອະນາຄົດຜ່ານການແບ່ງປັນຄວາມຮູ້, ເຊິ່ງມີຫຼັກສູດ ແລະ ຫົວຂໍ້ທີ່ຫຼາກຫຼາຍ ໃນການສະໜັບສະໜູນການພັດທະນາປະເທດຊາດ ທີ່ໄດ້ຮັບການຮ່ວມມືຈາກຊ່ຽວຊານຈາກທັງພາກລັດ ແລະ ເອກະຊົນ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງ ສິງກະໂປ ແລະ ສ.ເກົາຫຼີ ມີຈຸດປະສົງໃນການສ້າງຄວາມເຂັ້ມແຂງ ແລະ ການພັດທະນາເສດຖະກິດດິຈິຕອນ ຂອງບັນດາປະເທດອາຊຽນ ໂດຍຜ່ານການແລກປ່ຽນບົດຮຽນ ແລະ ອັບເດດເຕັກໂນໂລຊີໃໝ່ໆ ທີ່ກ່ຽວຂ້ອງ ຈາກວິທະຍາກອນຜູ້ຊ່ຽວຊານ ຈາກ ສິງກະໂປ ແລະ ສ.ເກົາຫຼີ.

      ຊຸດຝຶກອົບຮົມດັ່ງກ່າວ ດຳເນີນໄປເປັນເວລາ 05 ວັນ ມີຄົນເຂົ້າຮ່ວມທັງໝົດ 20 ທ່ານ ຈາກບັນດາປະເທດອາຊຽນ ເຊັ່ນ: ກຳປູເຈຍ, ອິນໂດເນເຊຍ, ລາວ, ຟິລິປິນ, ໄທ ແລະ ຕີມໍເຣດເຕ. ໃນຊຸດຝຶກອົບຮົມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຂຶ້ນນຳສະເໜີກ່ຽວກັບສະພາບການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ແລະ ໄດ້ແລກປ່ຽນບົດຮຽນ ແລະ ຮັບຟັງການປະກອບຄຳຄິດຄຳເຫັນກ່ຽວກັບ ສະພາບການຫັນເປັນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ຈາກ ບັນດາວິທະຍາກອນຂອງ ສິງກະໂປ ແລະ ສ.ເກົາຫຼີ ແລະ ຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ. ໄດ້ຮຽນຮູ້ ແລະ ເຂົ້າໃຈພາບລວມຂອງການພັດທະນາເສດຖະກິດດິຈິຕອນໃນບັນດາປະເທດອາຊຽນ ແລະ ສ.ເກົາຫຼີ. ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບແນວໂນ້ມ ແລະ ສິ່ງທ້າທາຍດ້ານກົດລະບຽບໃນການຮັບຮອງ ແລະ ນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນ. ໄດ້ຮຽນຮູ້ ແລະ ເຂົ້າໃຈວິທີການພັດທະນາເຕັກໂນໂລຊີທາງດ້ານການເງິນ, ນະວັດຕະກຳດິຈິຕອນ, ແລະ ຊັບສິນທາງປັນຍາ ເພື່ອສົ່ງເສີມເສດຖະກິດດິຈິຕອນ ແລະ ໄດ້ຮຽນຮູ້ ແລະ ເຂົ້າໃຈພື້ນຖານຂອງທິດສະດີ ແລະ ເຕັກນິກກ່ຽວກັບຄວາມປອດໄພທາງໄຊເບີ, ລັດຖະບານອີເລັກໂທຣນິກ ແລະ ການຄ້າດິຈິຕອນ ເພື່ອສົ່ງເສີມການຄ້າຂ້າມແດນ.

      ການເຂົ້າຮ່ວມຝຶກອົບຮົມສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດດິຈິຕອນ ຮ່ວມກັບບັນດາປະເທດອາຊຽນ  ຊ່ວຍເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານການຫັນເປັນດິຈິຕອນ ໃນພາກພື້ນ ແລະ ສາກົນ, ໄດ້ຮັບຮູ້, ຮັບຟັງ ແລະ ແລກປ່ຽນບົດຮຽນກ່ຽວກັບກໍລະນີສຶກສາຂອງແຕ່ລະປະເທດ ພ້ອມທັງແນວທາງການແກ້ໄຂ ແລະ ພັດທະນາ ອີກທັງຍັງເປັນການສ້າງສາຍສຳພັນອັນດີກັບບັນດາປະເທດອາຊຽນອີກດ້ວຍ. ອີກດ້ານໜຶ່ງ ສະມາຊິກຂອງສູນອິນເຕີເນັດແຫ່ງຊາດ ແມ່ນໄດ້ຖືືກປະກອບເຂົ້າເປັນກອງເລຂາ ຄະນະຊ່ວຍວຽກ ຄະນະກຳມະການລະດັບຊາດໃນການຫັນເປັນດີຈີຕອນຂອງ ສປປ ລາວ, ການໄດ້ເຂົ້າຮ່ວມຝຶກອົບຮົມຫົວຂໍ້ດັ່ງກ່າວ ຢ່າງສະໝ່ຳສະເໝີ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ຈະສາມາດນຳເອົາຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມດັ່ງກ່າວ ກັບມາໝູນໃຊ້ເພື່ອພັດທະນາຍົກລະດັບວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃຫ້ສອດຄ່ອງກັບນະໂຍບາຍຂອງປະເທດອ້ອມຂ້າງ ແລະ ພາກພື້ນ.

ບົດຂ່າວໂດຍ ສອຊ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day