ຄະນະຜູ້ແທນຈາກ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ເຂົ້າຮ່ວມກອງປະຊຸມ ອິນເຕີເນັດຫວຽດນາມ ປະຈຳປີ 2026 (VNNIC Internet Conference 2026) ຢູ່ ນະຄອນໂຮ່ຈີມິນ, ສສ ຫວຽດນາມ

21/06/2026

ຄະນະຜູ້ແທນຈາກ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ເຂົ້າຮ່ວມກອງປະຊຸມ ອິນເຕີເນັດຫວຽດນາມ ປະຈຳປີ 2026 (VNNIC Internet Conference 2026) ຢູ່ ນະຄອນໂຮ່ຈີມິນ, ສສ ຫວຽດນາມ

        ໃນລະຫວ່າງວັນທີ 17-20 ມິຖຸນາ 2026, ທ່ານ ໄຊສົມຫວັງ ສຸວັນນະວົງ ຮອງຫົວຫນ້າ ສູນອິນເຕີເນັດ ແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມອິນເຕີເນັດຫວຽດນາມ ປະຈຳປີ 2026 (VNNIC Internet Conference 2026) ທີ່ ນະຄອນໂຮ່ຈີມິນ, ສສ ຫວຽດນາມ. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ສູນອິນເຕີເນັດ ຫວຽດນາມ (Vietnam Internet Network Information Center: VNNIC) ພາຍໃຕ້ຫົວຂໍ້ “IPv6-Only ຂັບເຄື່ອນການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ”.

ກອງປະຊຸມໄດ້ມີຜູ້ຊ່ຽວຊານ, ນັກວິຊາການ, ຜູ້ບໍລິຫານເຄືອຂ່າຍ ແລະ ຜູ້        ກຳນົດນະໂຍບາຍດ້ານອິນເຕີເນັດຈາກຫຼາຍປະເທດໃນພາກພື້ນ ແລະ ສາກົນ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ແນວທາງການພັດທະນາອິນເຕີເນັດ ໃນອານາຄົດ. ຫົວຂໍ້ສຳຄັນຂອງກອງປະຊຸມໄດ້ສຸມໃສ່ການນຳໃຊ້ເລກຫມາຍອິນເຕີເນັດ ຮຸ່ນທີ6  (IPv6-Only), ການຄຸ້ມຄອງ ແລະ ຮັບປະກັນຄວາມປອດໄພຂອງ ລະຫັດຊື່ອິນເຕີເນັດ DNS, ການພັດທະນາໂຄງລ່າງພື້ນຖານອິນເຕີເນັດ, ພ້ອມທັງທິດທາງຂອງອິນເຕີເນັດໃນອະນາຄົດ.

      ໃນຍຸກແຫ່ງການຫັນປ່ຽນເປັນດິຈິຕອນ ແລະ ການຂະຫຍາຍຕົວຢ່າງກ້າວກະໂດດຂອງເຕັກໂນໂລຊີ, IPv6 (Internet Protocol version 6) ໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງສຳລັບລະບົບເຄືອຂ່າຍອິນເຕີເນັດທົ່ວໂລກ. ເຫດຜົນຕົ້ນຕໍແມ່ນຍ້ອນການຂາດແຄນຂອງໝາຍເລກ IPv4 ທີ່ບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງອຸປະກອນເຊື່ອມຕໍ່ໃນປັດຈຸບັນໄດ້ອີກຕໍ່ໄປ.

IPv6 ບໍ່ພຽງແຕ່ມາເພື່ອແກ້ໄຂບັນຫາການໝົດໄປຂອງໝາຍເລກໄອພີ (IPv4) ເທົ່ານັ້ນ, ແຕ່ຍັງສາມາດສະໜອງໝາຍເລກໄອພີ ໄດ້ຈຳນວນມະຫາສານ ແລະ ຍັງຖືກອອກແບບມາເພື່ອຍົກລະດັບປະສິດທິພາບໃນການຮັບ-ສົ່ງຂໍ້ມູນໃຫ້ມີຄວາມວ່ອງໄວ ແລະ ຫຼຸດຜ່ອນຄວາມຊັກຊ້າ (Latency) ໃນລະບົບເຄືອຂ່າຍ. ນອກຈາກນີ້, IPv6 ຍັງມີລະບົບຄວາມປອດໄພທີ່ທັນສະໄໝ, ເຮັດໃຫ້ການສື່ສານຂໍ້ມູນມີຄວາມປອດໄພສູງຂຶ້ນ.

ສະນັ້ນ, ການຫັນປ່ຽນ ແລະ ນຳໃຊ້ IPv6 ຈຶ່ງເປັນສິ່ງຈຳເປັນອັນຮີບດ່ວນ ເພື່ອຮອງຮັບການຂະຫຍາຍຕົວຂອງເຕັກໂນໂລຊີອະນາຄົດ ເຊັ່ນ: ເຄືອຂ່າຍ 5G/6G, ອຸປະກອນ IoT (Internet of Things), ລະບົບ Cloud Computing ແລະ ປັນຍາປະດິດ (AI), ເຊິ່ງເປັນກຸນແຈສຳຄັນໃນການຂັບເຄື່ອນເສດຖະກິດດິຈິຕອນໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ

ໃນໂອກາດນີ້, ຄະນະຜູ້ແທນຈາກ ສປປ ລາວ ໄດ້ເຂົ້າຮ່ວມຮັບຟັງການນຳສະເໜີ, ແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືກັບຜູ້ຊ່ຽວຊານຈາກອົງການສາກົນ ເຊັ່ນ APNIC ແລະ ICANN ກ່ຽວກັບການພັດທະນາເຕັກໂນໂລຊີອິນເຕີເນັດ, ການຄຸ້ມຄອງຊັບພະຍາກອນອິນເຕີເນັດ, ການປ່ຽນຜ່ານສູ່ IPv6-Only ແລະ ການສ້າງຄວາມຍືນຍົງຂອງໂຄງລ່າງພື້ນຖານດິຈິຕອນ.

        ການເຂົ້າຮ່ວມ ກອງປະຊຸມ ອິນເຕີເນັດຫວຽດນາມ  ໃນຄັ້ງນີ້ ນັບເປັນໂອກາດອັນດີໃນການສົ່ງເສີມການຮ່ວມມືລະຫວ່າງ ສູນອິນເຕີເນັດ ແຫ່ງຊາດ ສປປ ລາວ ແລະ ສູນອິນເຕີເນັດ ສສ ຫວຽດນາມ ດ້ານການພັດທະນາອິນເຕີເນັດ ແລະ ໂຄງລ່າງພື້ນຖານດິຈິຕອນ. ພ້ອມດຽວກັນ ຍັງເປັນການເພີ່ມພູນຄວາມຮູ້, ປະສົບການ ແລະ ສ້າງເຄືອຂ່າຍການຮ່ວມມືກັບບັນດາອົງການສາກົນ ເພື່ອນຳມາປະຍຸກໃຊ້ໃນການພັດທະນາລະບົບອິນເຕີເນັດ ແລະ ໂຄງລ່າງພື້ນຖານດິຈິຕອນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ຍືນຍົງ.

ຂ່າວດ່ວຍ ສູນອິນເຕີເນັດ ແຫ່ງຊາດ

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day