ຈັດກອງປະຊຸມສອງຝ່າຍລະຫວ່າງ ສູນອິນເຕີເນັດແຫ່ງຊາດ ສປປ ລາວ (LANIC) ແລະ ສູນອິນເຕີເນັດແຫ່ງຊາດ ສສ ຫວຽດນາມ (VNNIC) ເພື່ອຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MoU).

28/10/2026

ຈັດກອງປະຊຸມສອງຝ່າຍລະຫວ່າງ ສູນອິນເຕີເນັດແຫ່ງຊາດ ສປປ ລາວ (LANIC) ແລະ ສູນອິນເຕີເນັດແຫ່ງຊາດ ສສ ຫວຽດນາມ (VNNIC) ເພື່ອຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MoU).

ໃນຕອນເຊົ້າ ວັນທີ 21 ຕຸລາ 2026, ສູນອິນເຕີເນັດແຫ່ງຊາດ ສປປ ລາວ (LANIC) ໄດ້ຈັດກອງປະຊຸມສອງຝ່າຍຮ່ວມກັບສູນອິນເຕີເນັດແຫ່ງຊາດ ສສ ຫວຽດນາມ (VNNIC) ເພື່ອປຶກສາຫາລື ແລກປ່ຽນຄວາມຄິດເຫັນ ແລະ ວາງແຜນການຮ່ວມມືຢ່າງລະອຽດ ໃນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MoU) ທີ່ສອງຝ່າຍໄດ້ລົງນາມຮ່ວມກັນຜ່ານມາ.

 

ກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອກຳນົດທິດທາງ, ແຜນວຽກ ແລະ ກິດຈະກຳຮ່ວມກັນ ໃຫ້ມີຄວາມຊັດເຈນ ແລະ ສາມາດນຳໄປປະຕິບັດໄດ້ຢ່າງເປັນຮູບປະທຳ ພ້ອມທັງສົ່ງເສີມການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມຊ່ຽວຊານດ້ານເຕັກນິກ ລະຫວ່າງສອງສູນ ເພື່ອຮ່ວມກັນພັດທະນາໂຄງລ່າງພື້ນຖານດິຈິຕອນ ແລະ ລະບົບອິນເຕີເນັດຂອງທັງສອງປະເທດ ໃຫ້ມີຄວາມທັນສະໄໝ, ໝັ້ນຄົງ ແລະ ມີປະສິດທິພາບສູງຂຶ້ນ.

ການປຶກສາຫາລືຍັງເປັນໂອກາດສຳຄັນ ໃນການກຳນົດກອບການຮ່ວມມືດ້ານວິຊາການ, ການພັດທະນາເຕັກໂນໂລຊີອິນເຕີເນັດ, ການແລກປ່ຽນບຸກຄະລາກອນ ແລະ ການເສີມສ້າງທັກສະຄວາມສາມາດຂອງບຸກຄະລາກອນ ລວມເຖິງການຮ່ວມມືດ້ານການພັດທະນາເລກໝາຍອິນເຕີເນັດຮຸ່ນທີ6 (IPv6), ພັດທະນາການໃຫ້ບໍລິການລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ (CCTLD) .LA ແລະ ລະຫັດຊື່ພາສາທ້ອງຖິ່ນ (IDN) .ລາວ.

ການຮ່ວມມືສອງຝ່າຍ ນັບເປັນກົນໄກສຳຄັນໃນການຊຸກຍູ້ການແລກປ່ຽນບົດຮຽນ ແລະ ປະສົບການດ້ານການບໍລິຫານຈັດການຊັບພະຍາກອນອິນເຕີເນັດແຫ່ງຊາດ, ການຍົກລະດັບໂຄງລ່າງດິຈິຕອນ ແລະ ການສ້າງສະພາບແວດລ້ອມອິນເຕີເນັດທີ່ມີຄວາມໝັ້ນຄົງ, ປອດໄພ ແລະ ຍືນຍົງ ອັນຈະປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດດິຈິຕອນຂອງທັງສອງປະເທດ.

ກອງປະຊຸມສອງຝ່າຍໃນຄັ້ງນີ້ ຈຶ່ງເປັນກ້າວສຳຄັນໃນການປ່ຽນຈາກກອບຄວາມຮ່ວມມືທີ່ໄດ້ກຳນົດໄວ້ໃນບົດບັນສຶກຄວາມເຂົ້າໃຈ (MoU) ໄປສູ່ການຈັດຕັ້ງປະຕິບັດທີ່ເປັນຮູບປະທຳ ໂດຍເນັ້ນໃສ່ຜົນສຳເລັດທີ່ວັດແທກໄດ້ ແລະ ການຮ່ວມມືຢ່າງໃກ້ຊິດ ເພື່ອສ້າງພື້ນຖານທີ່ໝັ້ນຄົງສຳລັບການພັດທະນາອິນເຕີເນັດ ແລະ ດິຈິຕອນຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນອະນາຄົດ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day