ຈັດກອງປະຊຸມ ສອງຝ່າຍ ລະຫວ່າງ ສູນອິນເຕີເນັດແຫ່ງຊາດ ສປປ ລາວ (LANIC) ແລະ ກົມໄປຊະນີ ແລະ ໂທລະຄົມມະນາຄົມກາງ (CPT) ສສ ຫວຽດນາມ.

28/10/2026

ຈັດກອງປະຊຸມ ສອງຝ່າຍ ລະຫວ່າງ ສູນອິນເຕີເນັດແຫ່ງຊາດ ສປປ ລາວ (LANIC) ແລະ ກົມໄປຊະນີ ແລະ ໂທລະຄົມມະນາຄົມກາງ (CPT) ສສ ຫວຽດນາມ.

ໃນວັນທີ 23 ຕຸລາ 2026 – ທີ່ຫ້ອງຮັບແຂກ ຂອງສູນອິນເຕີເນັດ ແຫ່ງຊາດ ໄດ້ ຈັດກອງປະຊຸມສອງຝ່າຍ ລະຫວ່າງ ສູນອິນເຕີເນັດແຫ່ງຊາດ (LANIC), ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປ ລາວ ແລະ ກົມໄປຊະນີ ແລະ ໂທລະຄົມມະນາຄົມກາງ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ.

ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງສອງຝ່າຍ ໃນດ້ານການສ້າງຕັ້ງ, ການຄຸ້ມຄອງ ແລະ ການດຳເນີນງານເຄືອຂ່າຍສົ່ງຂໍ້ມູນຂອງພາກລັດ ເພື່ອເປັນພື້ນຖານໃນການພັດທະນາເຄືອຂ່າຍພາກລັດ G-NET ຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ຄວາມປອດໄພຍິ່ງຂຶ້ນ.

 

ທັງສອງຝ່າຍໄດ້ແລກປ່ຽນບົດຮຽນຢ່າງເລິກເຊິ່ງ ກ່ຽວກັບຮູບແບບການຈັດຕັ້ງ, ກົນໄກການຄຸ້ມຄອງ, ການດຳເນີນງານເຄືອຂ່າຍ, ຄວາມປອດໄພຂໍ້ມູນຂ່າວສານ ແລະ ການພັດທະນາເຄືອຂ່າຍ.

ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບທ່າແຮງການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານໃນໄລຍະຕໍ່ໄປ ກ້າວໄປສູ່ການເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງສອງຝ່າຍ.ການຮ່ວມມືຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາໂຄງຮ່າງພື້ນຖານໂຄງລ່າງດ້ານດິຈິຕອນ ແລະ ຄວາມປອດໄພທາງໄຊເບີຂອງ ສປປ ລາວ, ພ້ອມທັງເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງຊາດ ລາວ-ຫວຽດນາມ.

 

ການລົງທະບຽນລະຫັດຊື່ເປັນພາສາລາວ ໄດ້ແລ້ວ
ສູນອິນເຕີເນັດ ແຫ່ງຊາດ ເປັນຄູ່ຮ່ວມມືກັບ APNIC
ງານສຳມະນາ UA Day