28/10/2026
ໃນຕອນເຊົ້າ ຂອງວັນທີ 19 ຕຸລາ 2026 ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ເປີດກວ້າງ ຜ່ານຮ່າງ ແຜນຍຸດທະສາດການພັດທະນາໂຄງລ່າງພື້ນຖານດິຈິຕອນ ແຫ່ງຊາດ ຮອດປີ 2035. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງນາຍົກລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງມີ ຫົວໜ້າກົມ, ຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຈາກບັນດາກະຊວງ, ອົງການ/ທຽບເທົ່າ ເຂົ້າຮ່ວມທັງໝົດ 40 ກວ່າ ທ່ານ.

ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງ ເພື່ອລະດົມແນວຄວາມຄິດ, ຄຳເຫັນ ແລະ ຂໍ້ສະເໜີຈາກບັນດາພາກສ່ວນຕ່າງໆ ເພື່ອນໍາມາປັບປຸງໃຫ້ຮ່າງ ແຜນຍຸດທະສາດການພັດທະນາໂຄງລ່າງພື້ນຖານດິຈິຕອນ ແຫ່ງຊາດ ຮອດປີ 2035 ໃຫ້ມີເນື້ອໃນຄົບຖ້ວນສົມບູນ.


ແຜນຍຸດທະສາດດັ່ງກ່າວໄດ້ຮັບການຄົ້ນຄວ້າ ແລະ ໄດ້ຮ່າງຂື້ນໂດຍມີການປຶກສາຫາລື ແລະ ການມີສ່ວນຮ່ວມຈາກຫຼາຍພາກສ່ວນກົມ, ສູນ, ສະຖາບັນ ໂດຍມີຄະນະຮັບຜິດຊອບຄົ້ນຄວ້າສ້າງແຜນຍຸດທະສາດ ດ້ວຍທັດສະນະວິທະຍາສາດ ລວມທັງການລະດົມແນວຄວາມຄິດ, ຄຳຄິດຄຳເຫັນ ຈາກບັນດາກະຊວງ, ພາກລັດ ແລະ ພາກເອກະຊົນ ແລະ ຜູ້ມີສ່ວນກ່ຽວຂ້ອງອື່ນ. ເພື່ອແນ່ໃສ່ໃຫ້ແຜນຍຸດທະສາດສະບັບນີ້ ສາມາດນຳໃຊ້ໄດ້ຕາມສະພາບເປັນຈິ່ງໂດຍໄດ້ກຳນົດວິໄສທັດ, ທິດທາງ ແລະ ເປົ້າໝາຍການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດໃຫ້ມີຄວາມຈະແຈ້ງ ແລະ ເປັນເອກະພາບກັນ ຮອດປີ 2035, ກຳນົດແຜນງານ, ວຽກງານຈຸດສຸມ ແລະ ໂຄງການບູລິມະສິດ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງເປັນລະບົບ ແລະ ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສ້າງກົນໄກການປະສານງານລະຫວ່າງບັນດາກະຊວງ, ອົງການ, ພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ໃຫ້ມີຄວາມກົມກຽວກັນ ຫຼຸດຜ່ອນການລົງທຶນຊ້ຳຊ້ອນ ແລະ ເພີ່ມປະສິດທິຜົນໃນການນຳໃຊ້ຊັບພະຍາກອນ, ກຳນົດທິດທາງການລົງທຶນ, ແຫຼ່ງທຶນ ແລະ ກົນໄກການສະໜັບສະໜູນທີ່ເໝາະສົມ ລວມທັງງົບປະມານລັດ, ການລົງທຶນຈາກພາກເອກະຊົນ, ການຮ່ວມລົງທຶນລັດ-ເອກະຊົນ ແລະ ທຶນຮ່ວມມືຈາກຄູ່ຮ່ວມພັດທະນາ, ວາງກົນໄກຕິດຕາມ, ກວດກາ ແລະ ປະເມີນຜົນ ໃຫ້ສາມາດວັດແທກຄວາມຄືບໜ້າ.
ກອງປະຊຸມໄດ້ປະກອບຄຳຄີດເຫັນ ທີ່ເປັນປະໂຫຍດໃນການການປັບປຸງເນື້ອໃນ, ບັນດາຈຸດທີ່ສຳຄັນໃນການກຳນົດແຜນຍຸດທະສາດ ແລະ ຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ກອງປະຊຸມໄດ້ຊີ້ທິດໃນການປັບປຸງແຜນຍຸດທະສາດດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖວ້ນທີ່ສຸດ ແລະ ກຽມພ້ອມສະເໜີ ສະພາແຫ່ງຊາດ ຮັບຮອງ ໃນຂັ້ນຕອນຕໍ່ໄປ.

