13/11/2026
ໃນວັນທີ 12 ພະຈິກ 2026 ຜ່ານມານີ້, ທີ່ ຫ້ອງປະຊຸມ ກະຊວງປ້ອງກັນປະເທດ, ກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງ ຄະນະກຳມະການ ຄຸ້ມຄອງອິນເຕີເນັດ ຂັ້ນແຂວງ 18 ແຂວງ/ນະຄອນຫລວງ ໂດຍການເປັນປະທານ ຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຄະນະກຳມະການຄຸ້ມຄອງອິນ ເຕີເນັດ ແຫ່ງຊາດ, ມີບັນດາທ່ານຫົວໜ້າ–ຮອງຫົວໜ້າກົມ ແລະ ວິທະຍາກອນ ຈາກພາກສ່ວນ ກ່ຽວຂ້ອງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ພ້ອມດ້ວຍບັນດາທ່ານ ຫົວໜ້າ–ຮອງຫົວໜ້າ ຫ້ອງວ່າການ, ພະແນກ ແລະ ວິຊາການ ຈາກຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ 18 ແຂວງ/ນະຄອນຫລວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ແກ້ວວີສຸກ ໂສລະພົມ ປະທານກອງປະຊຸມ, ໄດ້ມີຄໍາເຫັນຊີ້ນຳ ເນັ້ນໜັກຄວາມໝາຍຄວາມສໍາຄັນຕໍ່ການສ້າງຄວາມເຂົ້າໃຈກົນໄກການຕອບໂຕ້ສື່ສັງຄົມອອນລາຍ, ທັງເສີມ ສ້າງທັກສະ, ປູກຈິດສໍານຶກໃນວຽກງານຄວາມປອດໄພທາງໄຊເບີ ເພື່ອເປັນການສ້າງຄວາມອາດສາມາດໃນຂະແໜງ ການເຂົ້າໃຈໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆ ເພື່ອນໍາໄປເຜິຍແຜ່ຄວາມຮູ້, ແກ່ສັງຄົມ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນກັບຕົນເອງ, ການຈັດຕັ້ງ ແລະ ສັງຄົມ ໂດຍສະເພາະການຈັດຕັ້ງ ປະຕິບັດວຽກງານ ຄຸ້ມຄອງ ອິນເຕີເນັດຂັ້ນແຂວງ ກໍຄືວຽກງານຫັນເປັນດີຈີຕອນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ທ່ານ ແກ້ວວີສຸກ ໂສລະພົມ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມເອົາໃຈໃສ່ ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງອິນເຕີເນັດໃນທົ່ວປະເທດ, ກໍ່ຄື ການປັບປຸງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ ເພື່ອໃຫ້ສອດຄ່ອງກັບ ສິດ, ພາລະບົດບາດ ແລະ ໜ້າທີ່ ຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ,ໃນແຕ່ລະໄລຍະ, ພ້ອມທັງ ສຶກສາຄົ້ນຄວ້າ ການສ້າງ ຄະນະກຳມະການລະດັບແຂວງ ທີ່ຢູ່ຂັ້ນເມືອງ ແລະ ຕາແສງ ໃຫ້ມີສ່ວນຮ່ວມ, ການຕອບໂຕ້ ຫາງສຽງຜ່ານສື່ສັງຄົມອອນລາຍ ໂດຍສະເພາະ ຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວບິດເບືອນ, ໃສ່ຮ້າຍປ້າຍສີ ການນຳພັກ-ລັດ ແລະ ການຈັດຕັ້ງ. ບັນຫາເກີດຂື້ນຢູ່ບ່ອນໃດ, ບ່ອນນັ້ນຕ້ອງສະໜອງຂໍ້ມູນໃຫ້ສໍານັກຂ່າວທາງການ ແລະ ອອກຖະແຫລງຂ່າວທີ່ຖືກຕ້ອງ ໃຫ້ສັງຄົມຮັບຊາບ ຢ່າງທັນການ, ການຫຼອກລວງຜ່ານທາງອອນລາຍເປັນບັນຫາທີ່ກະທົບໂດຍກົງຕໍ່ຊັບສິນ, ຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃນການໃຊ້ບໍລິການດີຈີຕອນ ຂອງ ປະຊາຊົນ ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ ໃຫ້ເປັນເຖິງກົນໄກ ເລ່ຫຼ່ຽມ ຂອງ ພວກກຸ້ມແກ້ງບໍ່ດີ ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແຕ່ສູນກາງຮອດທ້ອງຖີ່ນ, ການຄຸ້ມຄອງການເຊື່ອມຕໍ່ສາຍສົ່ງຂ້າມເຂດຊາຍແດນ ແລະ ພາຍໃນປະເທດ ຂອງ ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ລວມທັງສັນຍານທີ່ບໍ່ໄດ້ຮັບອະນຸຍາດຢູ່ພາຍໃນແຂວງ, ເພື່ອຮັບປະກັນບັນດາໂຄງລ່າງພື້ນຖານ ຮອງຮັບວຽກງານການຫັນເປັນດີຈີຕອນໃນຂອບເຂດທົ່ວປະເທດ.
ໃນກອງປະຊຸມສຳມະນາ ຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນຈາກບັນດາ ກົມ, ສູນ ກ່ຽວຂ້ອງພາຍໃນ ຄຄອຊ ໃນຫຼາຍຫົວຂໍ້ ເຊັ່ນ: ການຄົ້ນຫາຂໍ້ມູນຫຼັກຖານທາງເອເລັກໂຕຣນິກ ແລະ ການແກ້ໄຂບັນຫາສື່ສັງຄົມອອນລາຍ; ການຈັດຕັ້ງປະຕິບັດວຽກງານປະຊາສໍາພັນ ແລະ ວຽກງານຖະແຫຼງຂ່າວ; ສະພາບ ແລະ ຂັ້ນຕອນການແຈ້ງຄວາມ ກ່ຽວກັບການຕົວະຍົວະຫຼອກລວງທາງອອນລາຍ; ສະພາບ ແລະ ຂັ້ນຕອນການແກ້ໄຂບັນຫາຕົວະຍົວະຫຼອກລວງ ທີ່ນໍາໃຊ້ບັນຊີທະນາຄານ ທຸລະກິດ; ການວິເຄາະຂ່າວ ແລະ ການຕອບໂຕ້ຂ່າວ; ວຽກງານ ຄຄອຊ ແລະ ການຈັດປະຕິບັດ ສາຍດວ່ນ 1533; ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ແລະ ສະພາບການຫຼອກລວງຜ່ານການຄ້າເອເລັກໂຕຣນິກ.




ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນ ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ກ່ຽວກັບວຽກງານ ຄຸ້ມຄອງອິນເຕີເນັດ ພາຍໃນແຂວງຂອງຕົນ, ວິທີການປະສານງານລະຫວ່າງ ຄຄອຊ ແລະ ຄຄອຂ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ມີກົນໄກການປະສານງານໂລ່ງລ່ຽນ, ການແກ້ ໄຂບັນຫາ ແລະ ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.

